"ເຈົ້າຈາກແມ່ໄປ ທັ້ງທີ່ບໍ່ຮູ້ວ່າເປັນຍິງຫຼືຊາຍ..."
- ຮ້ານປຶ້ມ ດີບຸກ
- 15 ธ.ค. 2564
- ยาว 1 นาที

ເມື່ອປີກ່ອນ ຕອນທີ່ໄດ້ລູກຄົນທຳອິດ ຕອນເວັນເຮັດວຽກປະຈຳ ຕອນຄ່ຳຈັດປຶ້ມໃຫ້ລູກຄ້າຈົນເດິກ ອອກພັນສາຖ່າຍຮູບງານດອງຈົນທ່ຽງຄືນ ມີງານປຶ້ມຢູ່ໃສ ເຮົາພາກັນໄປຂາຍ
ອາໄສລົດຈັກຈີນເກົ່າໆ ທີ່ສືບທອດມາແຕ່ສະໄຫມເອື້ອຍອ້າຍຮຽນຈົບ ຄົນເມືອງມັກເຮັດໜ້າເບະໃສ່ ແລະ ປິດດັງໄວ້ ຍ້ອນຄວັນຂາວກຸ້ມປານຄົນຈູດໄຮ່ ຖ້າຈອດໄວ້ແຄມທາງບໍ່ຕ້ອງຢ້ານໂຈນມາລັກ ຂະນາດລືມກະແຈຄາໄວ້ ກັບມາຍັງຢູ່ບ່ອນເກົ່າເລີຍ
ຕົກຍາມຮ້ອນພໍໄຫວ ຂີ່ລົດເລາະສົ່ງປຶ້ມໃນຕົວເມືອງ ຄໍ ແຂນ ມື ຈະດຳໄຫມ້ກໍພໍທົນ ແຕ່ພໍຕົກຍາມຝົນ ເຈ້ຍບໍ່ອາດທົນຄືຄົນໄດ້ ຖືກນ້ຳໜ້ອຍດຽວ ປຶ້ມກໍເສຍຫາຍແລ້ວ ອາໄສລົບຕາມແຄມທາງ ແລະ ເສື້ອຝົນຈີນກໍພໍຜ່ານມາໄດ້
ພໍແຕ່ຮູ້ວ່າຕັ້ງຄັນ ແທນທີ່ຈະດີໃຈໃນຖານະ ແມ່ ຄືຍິງອື່ນ ກັບກາຍເປັນຄວາມຄຽດ ກົດດັນ ສັບສົນ... ຈະໃຫ້ລູກເກີດໃນຫ້ອງແຖວນີ້ບໍ? ເງິນເດືອນກໍພໍແຕ່ຈ່າຍຄ່າກິນ ຄ່າເຊົ່າ ຈະລ້ຽງເຈົ້າໄດ້ແນວໃດ ຂະນາດຜູ້ໃຫຍ່ ຍັງເກືອບເອົາຕົວບໍ່ລອດ
ລູກຢູ່ໃນທ້ອງຄົງຮັບຮູ້ ຈາກຄວາມກັງວົນຢູ່ດົນເຕີບ (3 ເດືອນ) ກໍກະທົບກະເທືອນເຖິງເຈົ້າຈົນໄດ້ ໃນທີ່ສຸດເຈົ້າກໍຈາກແມ່ໄປ ໂດຍທີ່ແມ່ບໍ່ທັນເຫັນໜ້າ ຍັງບໍ່ຮູ້ວ່າ ເປັນຍິງຫຼືຊາຍ ຊ່າງອາພັບແທ້ນໍລູກແມ່
ໃນຄືນທີ່ແສນສະຫຍອງນັ້ນ ເລືອດໄຫຼອາບຂາລົງມາເຖິງສົ້ນນ່ອງ ທ້ອງເຈັບປັ້ນປານໄສ້ຈະຈີກຂາດ ກ້ອນເນື້ອແດງໆບຸອອກມາ ໂອ່ ນີ້ບໍລູກແມ່? ເຈົ້າຈາກແມ່ໄປທັງທີ່ຍັງບໍ່ຮູ້ວ່າເປັນຍິງຫຼືຊາຍ ນ້ຳຕາແມ່ໄຫຼອອກມາໂດຍບໍ່ມີສຽງ ຍ້ອນຢ້ານລົບກວນຫ້ອງຂ້າງໆ ຄືນນັ້ນ ພວກເຮົາບໍ່ສາມາດຫຼັບຕາລົງນອນໄດ້ ໃນຫ້ອງແຖວນ້ອຍໆໃນເມືອງໃຫຍ່ໄກບ້ານເຮົາເຫຼືອເກີນ ສອງຄົນເຮົານັ່ງເຝົ້າສົບລູກກາງຫ້ອງຈົນຊອດແຈ້ງ
ເວລາລ່ວງໄປຢ່າງເຊື່ອງຊ້າ ພວກເຮົາພາກັນດິ້ນຮົນຕໍ່ໄປ ເພື່ອບໍ່ໃຫ້ເຫດການຊ້ຳຮອຍ ລູກຄົນຕໍ່ໄປຕ້ອງໄດ້ຮັບການດູແລ ຕັ້ງໃຈຂາຍປຶ້ມ ຮຽນຮູ້ການຂາຍ ຂະຫຍາຍຕະຫຼາດ ລູກຄ້າຮູ້ຈັກຫຼາຍຂຶ້ນ ສົ່ງຕ່າງແຂວງກໍຫຼາຍຂຶ້ນ ຈົນໄດ້ມີຕົວແທນ ດີບຸກປາກເຊ ແລະ ດີບຸກຫຼວງພະບາງມາຊ່ວຍອີກແຮງ
ຈົນໃນທີ່ສຸດ ລູກຜູ້ທີສອງກໍມາກຳເນີດໃນຄອບຄົວດີບຸກ ນາມວ່າ "ວົງສະກອນ" ເຊິ່ງແປວ່າ ຜູ້ສືບທອດວົງຕະກູນ ດີບຸກ ມີຜູ້ສືບທອດແລ້ວ
ความคิดเห็น