top of page
ค้นหา

ກ່ອນຈະມາເປັນສຳນັກພິມ


ree

"ຈາກຄົນຂາຍປື້ມສູ່ເຈົ້າຂອງສຳນັກພິມ"


ຈາກຄົນທີ່ມັກອ່ານທະຍານສູ່ຜູ້ຂາຍ ແລະ ກາຍມາເປັນເຈົ້າຂອງສຳນັກພິມ ສາມາດຕອບໂຈດຄວາມຕ້ອງການຂອງຕົນເອງ ຄອບຄົວ ລວມທັງລູກຄ້າໄດ້ຢ່າງແທ້ຈິງ

ນີ້ຄືເລື່ອງຈິງທີ່ຈະໃຫ້ແງ່ຄິດ ບົດຮຽນ ແລະ ແຮງບັນດານໃຈສຳລັບຄົນທີ່ມີຝັນ ແລະ ຢາກປະສົບຜົນສຳເລັດ.


ຖ້າຢາກຮູ້ວ່າຕົນເອງເຂັ້ມແຂງສໍ່າໃດ ໃຫ້ຫຼຽວຫຼັງເບິ່ງເສັ້ນທາງທີ່ເຮົາຜ່ານມາຈະຮູ້ວ່າ ທຸກຢ່າງທີ່ໄດ້ມາມັນບໍ່ເລື່ອງງ່າຍ...

ຫຼາຍປີກ່ອນທີ່ຍັງນອນຢູ່ຫ້ອງແຖວນ້ອຍໆ ແຕ່ມີຄວາມຝັນທີ່ໃຫຍ່ ບວກກັບຄວາມຮັກ ຄວາມຫວັງ ຢາກເປັນຄົນໜຶ່ງທີ່ສາມາດປະກອບສ່ວນ ໃນການພັດທະນາຊາວໜຸ່ມ ແລະ ສັງຄົມໃຫ້ດີຂຶ້ນດ້ວຍການອ່ານ ເພາະຫຼຽວໄປທາງໃດກໍມີແຕ່ຄົນວ່າ "ຄົນລາວບໍ່ມັກອ່ານ" ຈຶ່ງມີແນວຄິດລິເລີ່ມຢາກຂາຍປື້ມ


ແຕ່ຍ້ອນຕົ້ນທຶນທີ່ຕໍ່າ ເຖິງບໍ່ຕິດລົບແຕ່ກໍຖືວ່າເທົ່າກັບສູນ ໂຊກດີທີ່ມີ ອຈ ກາບແກ້ວ ເຫັນຄວາມຕັ້ງໃຈນີ້ ຈຶ່ງໄດ້ມອບປື້ມຈຳນວນ 3 ຫົວ ເພື່ອເປັນຕົ້ນທຶນໃນການລິເລີ່ມຂາຍ ຈົນກາຍມາເປັນ 3 ພັນ 6 ພັນເຖິງໝື່ນຫົວໃນປັດຈຸບັນນີ້


ການເຮັດໃນສິ່ງທີ່ຄົນອື່ນຍັງບໍ່ເຮັດ ແລະ ໃຫ້ໃນສິ່ງທີ່ຄົນອື່ນຍັງບໍ່ທັນເຫັນຄວາມສຳຄັນ ມັນເປັນສິ່ງໜຶ່ງທີ່ທ້າທາຍຫຼາຍທີ່ສຸດ ຍິ່ງເຮົາຕັ້ງໃຈວ່າຈະ ສົ່ງປຶ້ມເຖິງມືທ່ານ ບໍ່ວ່າທາງຈະທຸລະກັນດານສໍ່າໃດ ຕ້ອງໄດ້ໄປສົ່ງໃຫ້ຮອດໃຫ້ເຖິງ ດ້ວຍລົດຈັກຈີນຮ້າງຄູ່ໃຈ ເລາະໄປທຸກບ່ອນ ບາງມື້ຂີ່ລົດປຽກຝົນລຸຍຕົມ

ບາງມື້ຕາກແດດຮ້ອນຈົນໄຫມ້ມື ທັງແຂນ-ຄໍ ບາງຄັ້ງຫຼົງທາງ ໄປສົ່ງຊ້າ ຍັງຖືກດູໝິ່ນຈາກລູກຄ້າ ວ່ານັ້ນລະມາແຕ່ບ້ານນອກ ບໍ່ຮູ້ທາງໃນເມືອງ

ຫຼາຍເທື່ອຫຼາຍທີຈົນຮູ້ສຶກເມື່ອຍ-ທໍ້ ຫຼາຍຄັ້ງຄິດງໍ້ຢູ່ໃນໃຈວ່າ ຫາວຽກໃຫມ່ຊະເປັນຫຍັງ ຖ້າເອົາເງິນເປັນທີ່ຕັ້ງ ເຮົາຍັງຈະເຮັດແບບນີ້ບໍ່?

ໃນເມື່ອມັນເປັນຄວາມຝັນທີ່ເຮົາກຳລັງຕາມຫາ ໄດ້ພຽງທ່ອງວ່າ ບັນຫາ ອຸປະສັກ ອາດເປັນສິ່ງທີ່ເຂົ້າມາເພື່ອໃຫ້ເຮົາເຕີບໃຫຍ່ ຈຶ່ງຈະຂໍສູ້ຕາຍໄປກັບມັນ ເຖິງວ່າຈະພໍແຕ່ລ້ຽງກຸ້ມຄອບຄົວໄປວັນໆ ແຕ່ກໍເປັນການໃຫ້ສັງຄົມ ແລະ ປະເທດຊາດ.


ເມື່ອຄິດໄດ້ແບບນີ້ກໍລຸກຂຶ້ນສູ້ຕໍ່ ເຮົາອາດເປັນເໝືອນດັ່ງນິທານຕົ້ນອໍ້ ທີ່ຖືກລົມພັດໃຫ້ລົ້ມລົງໃນບາງຄັ້ງ ແຕ່ພໍເມື່ອພາຍຸຜ່ານພົ້ນໄປ ມັນກໍຄ່ອຍໆລຸກຂຶ້ນມາຢືນຕົ້ນສະຫງ່າໄດ້ອີກຄັ້ງ ເພາະທຸກຄັ້ງທີ່ໄປສົ່ງປື້ມ ໄດ້ເຫັນຮອຍຍິ້ມຈາກລູກຄ້າ ໄດ້ເຫັນວ່າ ປື້ມທີ່ສົ່ງໄປເຮັດໃຫ້ຊີວິດຂອງເຂົາ ໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ


ນັ້ນເປັນແຮງພັກດັນ ໃຫ້ດີບຸກມີການພັດທະນາຂຶ້ນໄປເລື້ອຍໆ ຈາກຮ້ານທີ່ນ້ອຍມີປື້ມບໍ່ຮອດ 100 ຄ່ອຍທະຍອຍມາເປັນ 1000 ຈາກທີ່ມີພຽງສອງຜົວເມຍທີ່ຊ່ວຍກັນຂາຍ ຊ່ວຍກັນສົ່ງ ຕອນນີ້ກໍມີທີມງານນ້ອຍໆ ແຕ່ຫົວໃຈທີ່ໃຫຍ່ ຄອຍຊ່ວຍເຫຼືອກັນ ຂາຍ ຈົດອໍເດີ ແລະ ຈັດສົ່ງໃຫ້ລູກຄ້າທັງເວັນ-ຄືນ


ມາຮອດປັດຈຸບັນນີ້ກໍຖືວ່າ ປະສົບຜົນສຳເລັດໃນລະດັບໜຶ່ງ ຮ້ານປື້ມດີບຸກເປັນທີ່ຮູ້ຈັກໃນວົງການນັກອ່ານ ເພາະບໍ່ແມ່ນພຽງເປັນແຫຼ່ງຊື້ຂາຍປື້ມເທົ່ານັ້ນ ດີບຸກຍັງເຮັດຫຼາຍກິດຈະກຳທີ່ເປັນການຊ່ວຍເຫຼືອສັງຄົມເຊັ່ນ ໂຄງການບໍລິການປື້ມ, ຈັດງານເທສະການ ງານເສວະນາ ຮັບອອກແບບປື້ມ ຈັດງານເປີດໂຕປື້ມ ແລະ ຊ່ວຍເຫຼືອນັກຂຽນໃນການຂຽນ, ຫາຂໍ້ມູນ ຈັດພິມ ແລະ ຈັດຈຳໜ່າຍ ຈຶ່ງເຫັນວ່າ ສົມຄວນແລ້ວທີ່ຈະກ້າວເປັນສຳນັກພິມ ເພື່ອເປັນຂົວຕໍ່ລະຫວ່າງນັກຂຽນ ແລະ ຜູ້ອ່ານໄດ້ຢ່າງແທ້ຈິງ.


ຫຼາຍຄົນຢາກເຮັດຕາມຄວາມຝັນຂອງຕົນເອງ ພໍພົບບັນຫາ ແລະ ມັກຄິດວ່າມັນບໍ່ແມ່ນທາງຂອງເຮົາ ແຕ່ຖ້າເຮົາຢຶດໝັ້ນ ຕັ້ງໃຈ ແລະ ທຸ້ມເທກັບມັນຢ່າງເຕັມທີ່ ເຊື່ອວ່າ ທຸກຄົນກໍສາມາດເຮັດຕາມເປົ້າໝາຍຂອງຕົນເອງໄດ້ "ມັນບໍ່ສຳຄັນວ່າ ຈະເລີ່ມຕົ້ນມາຈາກໃສ ແຕ່ໃຫ້ຮູ້ວ່າ ຈຸດໝາຍປາຍທາງຈະໄປສູ່ຈຸດໃດ" ດັ່ງເລື່ອງລາວຂອງດີບຸກທີ່ເລີ່ມຈາກຄົນຂາຍປື້ມ ສູ່ການເປັນເຈົ້າຂອງສຳນັກພິມໃນທີ່ສຸດ


#ສຳນັກພິມດີບຸກ ເປີດໂຕຢ່າງເປັນທາງການ 01.12.21 ພ້ອມຮັບໃຊ້ນັກອ່ານ-ນັກຂຽນແລ້ວ

ຮຽບຮຽງໂດຍ: ຕາມົນ ເຮືອງມີໄຊ

 
 
 

ความคิดเห็น


bottom of page