ກ່ອນຈະມາເປັນດີບຸກ
- ຮ້ານປຶ້ມ ດີບຸກ
- 15 ธ.ค. 2564
- ยาว 1 นาที

ສົ່ງປຶ້ມເຖິງມືທ່ານ
ເຖິງທາງຈະທຸລະກັນດານ
ຕອນແລງຫຼັງເລີກວຽກປະຈຳ
ຫຼາຍຄົນກໍກິນເຂົ້າແລງ ເບິ່ງລະຄອນ
ມີເວລາພັກຜ່ອນນຳຄອບຄົວ
ແຕ່ສຳລັບຄົນກຳລັງສ້າງຕົວ
ຄອບຄົວເຮົາຕ້ອງໄວ້ທີຫຼັງ
ດັ່ງລະຄອນບົດນີ້
ເມື່ອລູກຄ້າສັ່ງປຶ້ມໄວ້
ສອງຜົວເມຍເຮົາຈຶ່ງເລີ່ມພາລະກິດ
ມື້ນັ້ນຄ່ຳແລ້ວ ລູກຄ້າຢູ່ເຂດນາຄູນນ້ອຍ
ຈຶ່ງຄົ້ນຫາເສັ້ນທາງໃນໂທລະສັບ
ທາງເດີມໃຊ້ເວລາ 30 ນາທີ
ທາງລັດໃຊ້ເວລາ 25 ນາທີ
ເພື່ອຄວາມໄວ ເອົາໃຈລູກຄ້າ
ເຮົາຈຶ່ງໃຊ້ທາງລັດ
ທາງບວກຄວາຍປານທາງໄປນາ
ຄ່ຳແລ້ວ ຜີບໍ່ທ່ອງຄົນບໍ່ທຽວ
ເຫດໃດ Google ຈຶ່ງຊ່າງແນະນຳໃຫ້ຄັກແທ້
ຫຼຽວໄປທາງໃດກໍມືດມົນອົນທະການ
ລູກຄ້າໂທນຳ "ຮອດໃສແລ້ວ"
ເຮົາຕອບ "ຍັງບໍ່ຮູ້ຄືກັນ ກຳລັງຫຼົງທາງ"
ໄຟຕາລົດຮຸ່ງວິບວັບຕາມແຮງເລັ່ງ
ພາວະນາຢ່າໃຫ້ດັບກາງທາງ
ຈູງລົດຈັກຮ້າງ ພາກັນຍ່າງລຸຍຕົມ
ຕົມກາງທາງມັນເລິກ ຕ້ອງໄດ້ລົງກາງນາ
ຊຳຊາຄົນຍ່າງກໍລຳບາກແລ້ວ
ທຳມະດາຄົນຕ້ອງຂີ່ລົດ
ມື້ນີ້ ລົດຕ້ອງຂີ່ຄົນ
ທັງສອງຄົນເຮົາເລີ່ມມິດ ປ່ອຍໃຫ້ສຽງລົດຈັກ
ບຸຜ່າຄວາມມືດ ຕີນປັ່ນຂີ້ຕົມ
ຊຸດທີ່ເຮົາໃສ່ໄປວຽກໃນເມືອງ
ກາຍເປັນຊຸດໃສ່ໄປນາ
ແນວໃດກໍໃຫ້ຮອດມືລູກຄ້າ
ກັບຄືນກໍບໍ່ໄດ້ ເດີນໜ້າໄປຕໍ່ເທົ່ານັ້ນ
ຄວາມຫວັງດຽວຕອນນີ້
ມີແຕ່ Google map ເທົ່ານັ້ນ
ທີ່ເຮັດໃຫ້ອຸ່ນໃຈ ເລັກນ້ອຍ
ຫຼັງຈາກໃຊ້ເວລາເກືອບຊົ່ວໂມງ
ຈຶ່ງຝ່າຕົມເຂົ້າຮອດທາງດິນແດງ
ມືຈັບໂທລະສັບແໜ້ນ ຕິດຕໍ່ຫາລູກຄ້າ
"ບໍ່ແມ່ນເພິ່ນນອນປະແລ້ວບໍ່ຈັກ"
ອອກຫ້ອງແຕ່ 7 ໂມງ ຮອດລູກຄ້າເກືອບ 9 ໂມງ
ເພິ່ນເລືອກຊື້ປຶ້ມ 3-4 ຫົວ
ສ່ວນທີ່ເຫຼືອໃສ່ກະເປ້ ແລະ ຖົງຫິ້ວກັບ
ທີ່ສຳຄັນ ຈະບໍ່ກັບທາງເກົ່າແນ່ນອນ
ເຖິງຈະໃຊ້ເວລາໜ້ອຍກວ່າຕາມ
ຂີ່ມາຕາມທາງຫຼວງ 13 ເໜືອ ຜ່ານນາຊາຍທອງ
ລັດໃສ່ສີເກີດ ເກືອກຝຸ່ນຕາມເສັ້ນທາງໜອງພະຍາ
ເຊິ່ງດີກວ່າທາງບວກຄວາຍ
ດີກວ່າທາງໄປນາຫຼາຍເຕີບ
ກັບຮອດໃນເມືອງ
ຈອດແວະຮ້ານເຂົ້າປຽກ
ຖືວ່າເຮົາສອງຄົນກິນເຂົ້າແລງນອກບ້ານ
ກ່ອນກັບໄປນອນເອົາແຮງ
ໃນຫ້ອງແຖວທີ່ເດີມ
ມື້ອື່ນຕ້ອງໄປສົ່ງປຶ້ມບ່ອນຕໍ່ໄປ
17.10.2017
ความคิดเห็น